ຝຶກອົບຮົມໃຫ້ແຮງງານລາວຜູ້ທີ່ກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ.
                                                   
                2024-01-21 - 2024-01-21
            
 
             
                                                   
                ຫົວຂໍ້ ແລະ ເນື້ອໃນບົດຮຽນໃນການນຳມາຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 06 ຫົວຂໍ້ ດັ່ງນີ້:
1.	ຄວາມຮູ້ພື້ນຖານກ່ຽວກັບທຸລະກິດກະສິກຳ;
2.	ເຕັກນິກໃນການກ້າເບ້ຍ ແລະ ດູແລເບ້ຍພືດ;
3.	ເຕັກນິກໃນການກຽມດິນປູກ;
4.	ຄວາມຮູ້ພື້ນຖານກ່ຽວກັບອາຫານພືດ;
5.	ເຕັກນິກໃນການເຮັດຟຸ່ນບົ່ມ;
6.	ຄວາມຮູ້ພື້ນຖານສັດຕູພືດ-ປ້ອງກັນພືດ;
7.	ເຕັກນິກໃນການຜະລິດສານໄລ່ແມງໄມ້ສັດຕູພືດ.
ຮູບແບບໃນການຝຶກຮົບຮົມໃນແຕ່ລະຫົວຂໍ້ແມ່ນນັກສຳມະນາກອນຈະໄດ້ຮັບຟັງການບັນລະຍາຍພາກທິດສະດີຈາກຄູຝຶກກ່ອນ ແລະ ຫຼັງຈາກນັ້ນຄູຝຶກຈຶ່ງໄດ້ນຳພານັກສຳມະນາກອນລົງສູ່ພາກປະຕິບັດຕົວຈິງໄປພ້ອມໃນແຕ່ລະຫົວຂໍ້ດັ່ງກ່າວ ຊຶ່ງເຮັດໃຫ້ ນັກຝຶກອົບຮົມ ສາມາດເຂົ້າໃຈບົດຮຽນໄດ້ໄວ ແລະ ສາມາດເກັບກ່ຽວເອົາປະສົບການຈາກພາກປະຕິບັດຕົວຈິງນັ້ນໄປນຳໃຊ້ເຂົ້າໃນການປະກອບອາຊີບຂອງຕົນເອງໄດ້ໂດຍໄວ. 
 
                ສະຖານທີ່ຕັ້ງຢູ່ ບ້ານ ທ່າສົ້ມມໍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ