ໂຄງປະກອບກົງຈັກ ຂອງກົມການຈັດຫາງານ
        
            1.	ພະແນກ ນະໂຍບາຍການຈັດຫາງານ
                
                -	ຄົ້ນຄວ້າ ແລະ ສະເໜີອະນຸມັດສ້າງຕັ້ງ, ອະນຸຍາດສືບຕໍ່ ຫຼື ຍຸບເລີກວິສາຫະກິດບໍລິການຈັດຫາງານພາຍໃນ ແລະ ໄປຕ່າງປະເທດ ແລະ ອອກບັດພະນັກງານວິສາຫະກິດບໍລິການຈັດຫາງານ
                -	ອອກໃບສັ່ງຈ່າຍຄ່າບໍລິການໂກຕ້ານຳໃຊ້ແຮງງານຕ່າງປະເທດ, ຄ່າທຳນຽມ, ຄ່າບໍລິການ, ລາຍຮັບເງິນບໍລິຫານການຈັດສົ່ງແຮງງານໄປຕ່າງປະເທດ ແລະ ຂື້ນແຜນນຳໃຊ້ລາຍຮັບວິຊາການ;
                -	ບໍລິຫານວຽກປະຈຳວັນ, ຮັບ ແລະ ແຈກຢາຍເອກະສານຂາເຂົ້າ-ຂາອອກ, ຮັບແຂກ ແລະ ພິທີການຂອງກົມ;
                -	ຂື້ນບັນຊີ, ເກັບກຳປະຫວັດ, ກຳນົດຕຳແໜ່ງງານ ແລະ ແຜນຄວາມຕ້ອງການພະນັກງານພາຍໃນກົມ;
                -	ສັງລວມ ແລະ ຈັດກອງປະຊຸມສະຫຼຸບປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ຫ້າປີການເຄື່ອນໄຫວວຽກງານຂອງກົມ;
                
2.	ພະແນກ ຈັດຫາງານພາຍໃນ
                
                -	ຂື້ນທະບຽນຄວາມຕ້ອງການ, ຜູ້ຊອກວຽກ ແລະ ສະມາຊິກປະກັນສັງຄົມທີ່ວ່າງງານ;
                -	ດຳເນີນການບໍລິການຈັດຫາງານໃຫ້ຜູ້ຊອກຫາວຽກເຮັດງານທຳ ຢູ່ພາຍໃນປະເທດ;
                -	ໃຫ້ຄຳປຶກສາ ແລະ ແນະນຳອາຊີບ ແກ່ຜູ້ທີ່ຂື້ນທະບຽນຊອກວຽກເຮັດ ແລະ ສະມາຊິກປະກັນສັງຄົມທີວ່າງງານ ໃນການມີວຽກເຮັດງານທຳຕາມໂຄງປະກອບເສດຖະກິດ;
                -	ປະສານກັບສະຖາບັນ, ສູນພັດທະນາສີມືແຮງງານ, ໂຮງຮຽນ, ສູນ ແລະ ວິທະຍາໄລວິຊາຊີບ ທັງພາຍລັດ ແລະ ເອກະຊົນ ເພື່ອນຳສົ່ງຜູ້ທີ່ຂື້ນທະບຽນຊອກວຽກໃຫ້ໄດ້ຮັບການພັດທະນາສີມືແຮງງານ;
                -	ຊຸກຍູ້ ແລະ ສົ່ງເສີມ ບັນດາຈຸດບໍລິການຈັດຫາງານ, ວິສາຫະກິດບໍລິການຈັດຫາງານ, ຄູ່ສັນຍາດ້ານວິຊາການ ແລະ ຫົວໜ່ວຍແຮງງານ ເພື່ອຈັດຫາວຽກເຮັດງານທຳໃຫ້ຜູ້ອອກແຮງງານ ໃຫ້ໄດ້ເຂົ້າສູ່ຕຳແໜ່ງງານຕາາມຄວາມຕ້ອງການຂອງຫົວໜ່ວຍແຮງງານ;
                -	ອອກໃບນຳສົ່ງສະໝັກວຽກ, ເຂົ້າພັດທະນາສີມືແຮງງານ ແລະ ຢັ້ງຢືນການວ່າງງານ ໃຫ້ສະມາຊິກປະກັນສັງຄົມ ເພື່ອຮັບນະໂຍບາຍອຸດໜູນວ່າງງານ ຕາມກົດໝາຍ ແລະ ລະບຽບການ;
                -	ຄົ້ນຄວ້າ ແລະ ສະເໜີການຂະຫຍາຍຈຸດບໍລິການຈັດຫາງານ ຕາມຄວາມເໝາະສົມ; ສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ໃຫ້ຈຸດບໍລິການຈັດຫາງານ, ຫ້ອງການ ຮສສ ເມືອງ ແລະ ວິສາຫະກິດບໍລິການຈັດຫາງານພາຍໃນປະເທດ;
                -	ຄົ້ນຄວ້າການສະເໜີ ແລະ ຄຸ້ມຄອງການຈັດງານຕະຫຼາດນັດແຮງງານ ໃນຂັ້ນສູນກາງ;
                -	ຄຸ້ມຄອງ ແລະ ຕິດຕາມການປະກາດຮັບສະໝັກງານ ໃນຂອບເຂດທົ່ວປະເທດ;
                
3.	ພະແນກຈັດຫາງານໄປຕ່າງປະເທດ
                
                -	ຄົ້ນຄວ້າ, ສຶກສາເງື່ອນໄຂ ແລະ ສະພາບການເຮັດວຽກຢູ່ຕ່າງປະເທດ ເພື່ອຂະຫຍາຍໂອກາດໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ຕ່າງປະເທດ;
                -	ຄົ້ນຄວ້າ ແລະ ສະເໜີການຂະຫຍາຍສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ ຕາມຄວາມເໝາະສົມ;
                -	ສ້າງຄວາມເຂັ້ມແຂງໃຫ້ພະນັກງານຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ແລະ ວິສາຫະກີດບໍລິການຈັດຫາງານໄປຕ່າງປະເທດ;
                -	ດຳເນີນການບໍລິການຈັດຫາງານໄປເຮັດວຽກຢູ່ຕ່າງປະເທດ ໃນຮູບແບບລັດຕໍ່ລັດ ແລະ ຕາມການຕົກລົງຂອງສອງຝ່າຍ;
                -	ຄົ້ນຄ້ວາການສະເໜີອະນຸມັດການຈັດສົ່ງ ແລະ ຄຸ້ມຄອງ ການຈັດສົ່ງແຮງງານລາວໄປເຮັດວຽກ ແະ ໄປຝືກເຮັດວຽກຢູ່ຕ່າງປະເທດ;
                -	ສ້າງກົນໄກ ແລະ ເງື່ອນໄຂ ອຳນວຍຄວາມສະດວກໃຫ້ແຮງງານາເຂົ້າເຖິງແຫລ່ງທຶນໃນການໄປເຮັດວຽກຢູ່ຕ່າງປະເທດ, ຊຸກຍູ້ ໃຫ້ແຮງງານນຳໃຊ້ລະບົບການສົ່ງເງິນກັບບ້ານ ທີ່ຮັບປະກັນຄວາມປອດໄພ ແລະ ສາມາດຕິດຕາມໄດ້;
                -	ຕິດຕາມ ແລະ ຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ໄດ້ຮັບສິດ ແລະ ປະຕິບັດພັນທະຕາມກົດ ໝາຍ ແລະ ລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ;
                -	ຊຸກຍູ້ ແລະ ສົ່ງເສີມຜູ້ອອກແຮງງານລາວທີ່ກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ ໄດ້ມີວຽກເຮັດງານທຳຢູ່ພາຍໃນປະເທດ;
                -	ຄົ້ນຄວ້າ, ສົມທົບ ແລະ ສະເໜີນຳໃຊ້ເງິນກອງທຶນຊ່ວຍເຫຼືອແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ລແະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ;
                
4.	ພະແນກ ສົ່ງເສີມການປະກອບອາຊີບອິດສະຫຼະ
                
                -	ຂື້ນທະບຽນ, ໃຫ້ຄຳປຶກສາ ແລະ ແນະນຳ ຜູ້ທີ່ຕອງການປະກອບອາຊີບອິດສະຫຼະ;
                -	ສ້າງຂີດຄາວມສາມາດໃຫ້ຜູ້ປະກອບອາຊີບອິດສະຫຼະ ເພື່ອກາຍເປັນຜູ້ປະກອບການ;
                -	ຊຸກຍູ້, ສົ່ງເສີມ ຜູ້ປະກອບອາຊີບອິດສະຫຼະ ໃຫ້ເຂົ້າເຖິງແຫຼ່ງທຶນ, ຕະຫຼາດສິນຄ້າ ແລະ ການພັດທະນາຜະລິດຕະພັນ;
                -	ຊຸກຍູ້ ແລະ ສົ່ງເສີມການຈ້າງງານແຮງງານຜູ້ດ້ອຍໂອກາດ, ເພດຍິງ, ແຮງງານພິການ. ຜູ້ສູງອາຍຸໃຫ້ມີລາຍໄດ້;
                -	ສົ່ງເສີມໃຫ້ຜູ້ອອກແຮງງານທ້ອງຖິ່ນ ໄດ້ປະກອບສ່ວນເຮັດວຽກສາທາລະນະ ແນ່ໃສ່ແກ້ໄຂບັນຫາການວ່າງງານ ແລະ ຫຼຸດຜ່ອນ ຫຼື ປ້ອງກັນເຄື່ອນຍ້າຍໄປພຶ້ນທີ່ອື່ນໂດຍບໍ່ຈຳເປັນ;
                -	ປະສານສົມທົບກັບຫົວໜ່ວຍແຮງງານ ເພື່ອສະໜອງວຽກໃຫ້ຜູ້ປະກອບອາຊີບອິດສະຫຼະ ສາມາດເຮັດວຽກຢູ່ບ້ານ ຫຼື ເຮືອນຂອງຕົນເອງ;
                -	ປະສານສົມທົບກັບພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງມະຫາຊົນ ແລະ ອົງການບໍ່ສັງກັດລັດຖະບານ ເພື່ອຊຸກຍູ້ການສ້າງຄວາມເຂັ້ມແຂງ ແລະ ຄວາມຢືນຢົງໃນການປະກອບອາຊີບອິດສະຫຼະ;
                -	ຄົ້ນຄວ້າ, ຕິດຕາມ ແລະ ກວດກາບັນຊີອາຊີບສະຫງວນໃຫ້ພົນລະເມືອງລາວ;
                
5.	ພະແນກ ຂໍ້ມູນຂ່າວສານຕະຫຼາດແຮງງານ
                
                -	ສ້າງ, ປັບປຸງຖານຂໍ້ມູນ, ຊອບແວ ແລະ ແອັດພິເຄຊັນ ສຳລັບ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄຫມ; 
                -	ພັດທະນາ ແລະ ຄຸ້ມຄອງລະບົບບໍລິຫານຄັງຂໍ້ມູນ ກ່ຽວກັບການຈັດຫາງານໄປຕ່າງປະເທດ, ການຈັດສົ່ງແຮງງານໄປຕ່າງປະເທດ, ການປະກອບອາຊີບອິດສະຫຼະ ແລະ ການນຳໃຊ້ແຮງງານຕ່າງປະເທດຢູ ສປປ ລາວ, 
                -	ພັດທະນາລະບົບຂ້ມູນຂ່າວສານຕະຫຼາດແຮງງານ ໃນ້ເປັນສູນກາງຂໍ້ມູນໃຫຍ່ (big data) ໃນການເກັບກຳ, ເຊື່ອໂຍງກັບຖານຂໍ້ມູນຂອງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ເອກະຊົນ ໃຫ້ເປັນລະບົບຄົບຊຸດ ທີ່ສາມາດຕິດຕາມ ແລະ ກວດກາໄດ້ 
                -	ເຜີຍແຜ່, ຝຶກອົບຮົມ ແລະ ແນະນຳການນຳໃຊ້ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ລະຫັດສາລະບານອາຊີບ ໃຫ້ພາກສວ່ນກ່ຽວຂ້ອງທັງສູນການ ແລະ ທ້ອງຖິິນ;
                -	ຄົ້ນຄວ້າ, ພັດທະນາເຄື່ອງມື ແລະ ກຳນົດວິທີການເກັບກຳຂໍ້ມູນ ຈາກຕ່າໜ່າງບໍລິການຈັດຫາງານ, ສະຖາບັນພັດທະນາສີມືແຮງງານ: ສະຖານການສຶກສາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທີ່ຈຳເປັນສຳລັບຖານຂໍ້ມູນຂ່າວສານຕະຫຼາດແຮງງານ, 
                -	ຄົ້ນຄວ້າ, ວິເຄາະວິໃຈ ແລະ ປັບປຸງແບບຈຳລອງພະຍາກອນຕະຫຼາດແຮງງານ ເພື່ອລາຍງານສະພາບຕະຫຼາດແຮງງານໃນອະນາຄົດ;
                -	ຄົ້ນຄວ້າ ແລະ ສະເໜີອະນຸມັດຕົວເລກດັດສົມມະພາກດ້ານຕະຫຼາດແຮງງານ, ແຜນຄວາມຕ້ອງການນຳໃຊ້ແຮງງານລາວ ແລະ ແຮງງານຕ່າງປະເທດ, ການຂາດແຄນແຮງງານ ແລະ ການວ່າງງານໃນແຕ່ລະໄລຍະ;
                -	ໂຄສະນາເຜີຍແຜ່ ສະພາບຕະຫຼາດແຮງງານໃນປະຈຸບັນ ທັງພາຍໃນປະເທດ: ພາກພື້ນ ແລະ ສາກົນ, ວາລະສານຂໍ້ມູນຕະຫຼາດແຮງງານ, ຜົນການວິໃຈ, ບົດແນະນຳ ແລະ ສະໜອງຂໍ້ມູນຂ່າວສານດານຕະຫຼາດແຮງງານ ສູ່ສັງຄົມຢ່າງກວ້າງຂວາງ;