ເຊີນບໍລິສັດ ເຂົ້າຮ່ວມປະມູນແບບເປີດກ້ວາງ ຈັດຊື້ ອຸປະກອນ ໄອທີ ສໍາລັບຫ້ອງການຈຸດບໍລິການຈັດຫາງານ
by Domestic
ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂຄງການ ເສີມສ້າງທັກສະທີ່ເປັນບູລິມະສິດ ສຳລັບການເຕີບໂຕຂອງ ສປປ ລາວ, ໄດ້ຮັບອະນຸມັດງົບປະມານ ປະຈຳສົກປີ 2025 ເພື່ອດໍາເນີນການຈັດຊື້ ອຸປະກອນ ໄອທີ ສຳລັບ ຫ້ອງການຈຸດບໍລິການຈັດຫາງານ 19 ຈຸດ ທີ່ມີຢູ່ໃນຂອບເຂັດທົ່ວປະເທດ (17 ແຂວງ ແລະ 02 ຈຸດ ໃນນະຄອນຫຼວງວຽງຈັນ). ເພື່ອຮັບໃຊ້ວຽກງານການເຄື່ອນໄຫວ ຂອງຈຸດບໍລິການຈັດຫາງານ ດ້ວຍການປະມູນ ແບບເປີດກວ້າງ. ໄລຍະເວລາໃນການສົ່ງມອບ ຫຼື ການບໍລິການ ແມ່ນ: [60 ວັນ]. ບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເໝາະສົມສາມາດເຂົ້າຍື່ນຊອງປະມູນ ໄດ້ທີ່ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຫ້ອງປະຊຸມ ຊັ້ນ 3) ບ້ານ ໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ໂທລະສັບ 020 91114568, 020 29939999 Email: domesticemploymentdivision@gmail.com cc: psgproject.proc@gmail.com; phonemalykhattiya@gmail.com ໃນວັນທີ ຫຼື ກ່ອນ 10 ກັນຍາ 2025, ເວລາ 14:00 ມ. ການສົ່ງດ້ວຍລະບົບເອເລັກໂຕຼນິກ ຈະບໍ່ອະນຸຍາດ. ຊອງປະມູນທີ່ສົ່ງຊ້າ ຈະຖືກປະຕິເສດ. ການເປີດຊອງປະມູນ ຈະເປີດຕໍ່ໜ້າສາທາລະນະ ໂດຍຊ່ອງໜ້າຜູ້ຕາງໜ້າຂອງຜູ້ປະມູນທີ່ຖືກແຕ່ງຕັ້ງ
ພາບ/ຂ່າວ:ພະແນກຈັດຫາງານພາຍໃນ
ວັນທີອອກຂ່າວ:2025-08-05